ໃນສະຖານະການທີ່ມີການແຜ່ລະບາດຂອງເຊື້ອໄວຣັສອັກເສບປອດ COVID-19 ໃນປະຈຸບັນຢູ່ໃນໂລກເວົ້າລວມ ແລະ ສະເພາະກໍ່ຄືຢູ່ໃນປະເທດລາວເຮົາກໍ່ໄດ້ມີການແຜ່ລະບາດຢູ່ໃນຂອບເຂດທົ່ວປະເທດລາວ ໂດຍທີ່ແມ່ນເລີ່ມການແຜ່ມາຈາກກຸ່ມກ້ອນ (Cluster) ຂອງຜູ່ທີ່ລັກລອບເຂົ້າປະເທດແບບຜິດກົດໝາຍຈາກປະເທດເພື່ອນບ້ານທີ່ມີການແຜ່ລະບາດທີ່ຮຸນແຮງ
ໂດຍທີ່ກຸ່ມກ້ອນດັ່ງກ່າວນີ້ ໄດ້ມີການເດີນທງໄປຫຼາຍສະຖານທີ່ໃນນະຄອນຫຼວງວຽງຈັນ ບວກກັບຊ່ວງທີ່ພວກກ່ຽວລັກລອບເຂົ້າມາແມ່ນຊ່ວງເທດສະການປີໃໝ່ລາວ ຈຶ່ງເຮັດໃຫ້ການແຜ່ລະບາດແຜ່ລາມເປັນວົງກວ້າງ. ຈາກເຫດການດັ່ງກ່າວທາງລັດຖະບານກໍ່ໄດ້ມີມາດຕະການ Lockdown ໃນທົ່ວປະເທດເພື່ອສະກັດກັ້ນ ແລະ ຈຳກັດການແຜ່ເຊື້ອດັ່ງກ່າວ.