ການລະບາດຂອງ COVID-19 ເປັນການລະບາດທີ່ຮຸນແຮງເຊິ່ງມັນໄດ້ສົ່ງຜົນກະທົບຫຼາຍດ້ານບໍ່ວ່າຈະສົ່ງຜົນຕໍ່ເສດຖະກິດ ແລະ ສັງຄົມ, ສົ່ງຜົນກະທົບຕໍ່ການເຮັດວຽກ, ການສຶກສາ, ການດຳເນີນຊີວິດຫຼາຍຢ່າງຕ້ອງປັບປ່ຽນ ມີການໃຊ້ເຕັກໂນໂລຊີດິຈິຕອນຫຼາຍຂື້ນ ຈົນເປັນການປັບຕົວເຂົ້າສູ່ຊີວິດວິຖີໃໝ່ (New Normal) ດ້ວຍການໃຊ້ເຕັກໂນໂລຊີຊ່ວຍດຳເນີນງານດ້ານຕ່າງໆເພື່ອຫຼຸຸດຜ່ອນການແອອັດ.
ຊີວິດວິຖີໃໝ່ຈຶ່ງກ່ຽວຂ້ອງກັບການໃຊ້ເຕັກໂນໂລຊີດິຈິຕອນຢ່າງຂາດບໍ່ໄດ້ ເຊິ່ງຈຳເປັນຕ້ອງວາງຮາກຖານ, ຄວາມຮູ້ຄວາມເຂົ້າໃຈເພື່ອຢູ່ກັບໂລກດິຈິຕອນ ມີການປັບຕົວ ແລະ ປ່ຽນແປງວິທີການດຳລົງຊີວິດທີ່ເປັນການປະສົມປະສານການດຳເນີນຊີວິດຢູ່ເທິງໂລກກາຍຍະພາບ (Physical) ກັບໂລກຈຳລອງທີ່ເອີ້ນວ່າ: ໂລກໄຊເບີ (Cyber) ທີ່ມີແຟັດຟອມການບໍ່ລິການແບບດິຈິຕອນ (Digital service platform), ດັ່ງນັ້ນ ມັນຈຳເປັນທີ່ເຮົາທຸກຄົນຕ້ອງໄດ້ພັດທະນາຄວາມຮູ້ຄວາມສາມາດ, ທັກສະ ແລະ ຄວາມສະຫຼາດທາງດິຈິຕອນ ເພື່ອກຽມພ້ອມສູ່ການເປັນພົນລະເມືອງດິຈິຕອນຕໍ່ໄປ ເຊິ່ງມັນເປັນພື້ນຖານທີ່ຈຳເປັນຕໍ່ການດຳເນີນຊີວິດ ເພື່ອຫຼຸດຄວາມສ່ຽງໃນການດຳລົງຊີວິດໃນຍຸກວິຖິໃໝ່ນີ້.
Noutouy DUANGTA
ຫຼວງພະບາງ, 23 ເມສາ 2021
ไม่มีความคิดเห็น:
แสดงความคิดเห็น